ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນຕອນເຊົ້າວັນທີ 21 ກຸມພາ ປີ 2020, ການເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ ແມ່ນມີຄວາມສຳຄັນ ເພາະເປັນການພັດທະນາທີ່ນຳໃຊ້ຊັບ ພະຍາກອນທຳມະຊາດ ທີ່ຈຳກັດໃຫ້ມີປະສິດທິຜົນສູງສຸດ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍ ກະຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໂດຍຮ່ວມມືກັບ ທະນາຄານໂລກ ປະຈໍາລາວ ແລະ ສະຖາບັນການເຕີບໂຕສີຂຽວໂລກປະຈຳລາວ. ທ່ານ ແຟຣງ ລິດຊເບີເມນ ຜູ້ອຳນວຍການໃຫຍ່ສະຖາບັນເຕີບໂຕສີຂຽວໂລກ ຍັງກ່າວຕື່ມວ່າ: ໃນເມື່ອກ່ອນ ມີຫຼາຍຄົນມັກຈະເວົ້າວ່າ ການປົກປັກຮັກສາສິ່ງແວດລ້ອມ ອາດສົ່ງຜົນກະທົບຕໍ່ກັບການພັດທະນາເສດຖະກິດ. ແຕ່ແນວຄວາມຄິດນັ້ນ ກໍ່ໄດ້ປ່ຽນໄປແລ້ວໃນປະຈຸບັນນີ້, ການພັດທະນາເສດຖະກິດຕາມທິດສີຂຽວ ບໍ່ພຽງແຕ່ຈະສົ່ງຜົນດີກັບສິ່ງ ແວດລ້ອມເທົ່ານັ້ນແຕ່ຍັງເປັນຕົວເລືອກທີ່ດີທີ່ສຸດຂອງການເຕີບໂຕທາງດ້ານເສດຖະກິດ.
ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດລາວ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ2020 ໄດ້ຈັດ ກອງປະຊຸມຂື້ນ ໃນວັນທີ 20 ເມສາ 2020 ທີ່ ກະຊວງ ແຜນການ ແລະການລົງທືນ, ໂດຍ ການເປັນ ປະທານ&...
ບໍລິສັດຄູນມີໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ (KMX) ປະເທດລາວ ແລະ ບໍລິສັດລົງທຶນພະລັງງານເອໂວລູຊັ່ນ (EPIC) ປະເທດສິງກະໂປ ສົນໃຈລົງທຶນສ້າງໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນ ທີ່ສາມາດຜະລິດໄຟຟ້າໄດ້ຂະໜາດ 1.000 ເມກາວັດ ຢູ່ເມືອງດາກຈຶງແຂວງເຊກອງ ເພື່ອສົ່ງອອກໄປປະເທ...
ໃນລະຫວ່າງວັນທີ 5-6 ມິຖຸນາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ເດີນທາງໄປຍ້ຽມຍາມ ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ ເພື່ອຊຸກຍູ້ ແລະຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ ດັ່ງກ່າວ. ເຊິ່ງທຳອິດໄດ້...
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ຕໍ່ກັບ ພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ການກວດສຸຂະພາບປະຈຳປີໃຫ້ແກ່ແຮງງານຢູ່ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ລະຫວ່າງ...
ສະໝັບໜຸນໂດຍ ໂຄງການລາວ 033: ໂຄງການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ຊກພ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ
ສະຫງວນລິຂະສິດ © 2020. ກະຊວງແຜນການ ແລະ ການລົງທຶນ
ຖະໜົນ ສຸພານຸວົງ, ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 217020, ແຟັກ: 021 217010
ອີເມວ: info@mpi.gov.la or info.mpi2020@gmail.com