ບໍລິສັດຄູນມີໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ (KMX) ປະເທດລາວ ແລະ ບໍລິສັດລົງທຶນພະລັງງານເອໂວລູຊັ່ນ (EPIC) ປະເທດສິງກະໂປ ສົນໃຈລົງທຶນສ້າງໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນ ທີ່ສາມາດຜະລິດໄຟຟ້າໄດ້ຂະໜາດ 1.000 ເມກາວັດ ຢູ່ເມືອງດາກຈຶງແຂວງເຊກອງ ເພື່ອສົ່ງອອກໄປປະເທດໄທ, ຫວຽດນາມ, ກໍາປູເຈຍ ແລະ ສະໜອງໃຫ້ພາຍໃນ.
ປັດຈຸບັນນີ້ ສອງບໍລິສັດດັ່ງກ່າວໄດ້ຮ່ວມມືກັນໃນການສຶກສາຄວາມເປັນໄປ ໂດຍສະເພາະດ້ານເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ຖ້າສໍາເລັດການສໍາຫຼວດໃນດ້ານຕ່າງໆ ຈະສົ່ງຜົນການສໍາຫຼວດ ບໍ່ວ່າຈະເປັນດ້ານບວກ ຫຼື ດ້ານລົບໃຫ້ລັດຖະບານເພື່ອພິຈາລະນາ ແລະ ຖ້າລັດຖະບານອະນຸຍາດໃຫ້ມີການກໍ່ສ້າງໂຮງງານດັ່ງກ່າວ ສອງບໍລິສັດຈະມີການລົງທຶນຫຼາຍກວ່າ 15 ຕື້ກີບ (1,7 ລ້ານໂດລາ) ແລະ ຄາດວ່າຈະມີການສ້າງໃຫ້ສໍາເລັດໃນປີ 2027.
ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດລາວ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ2020 ໄດ້ຈັດ ກອງປະຊຸມຂື້ນ ໃນວັນທີ 20 ເມສາ 2020 ທີ່ ກະຊວງ ແຜນການ ແລະການລົງທືນ, ໂດຍ ການເປັນ ປະທານ&...
ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນຕອນເຊົ້າວັນທີ 21 ກຸມພາ ປີ 2020, ການເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ ແມ່ນມີຄວາມສຳຄັນ ເພາະເປັນການພັດທະນາທີ່ນຳໃຊ້ຊັບ ພະຍາກອນທຳມະຊາດ ທີ່ຈຳກັດໃຫ້ມີປະສິດທິຜົນສູງສຸດ.<...
ໃນລະຫວ່າງວັນທີ 5-6 ມິຖຸນາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ເດີນທາງໄປຍ້ຽມຍາມ ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ ເພື່ອຊຸກຍູ້ ແລະຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ ດັ່ງກ່າວ. ເຊິ່ງທຳອິດໄດ້...
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ຕໍ່ກັບ ພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ການກວດສຸຂະພາບປະຈຳປີໃຫ້ແກ່ແຮງງານຢູ່ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ລະຫວ່າງ...
ສະໝັບໜຸນໂດຍ ໂຄງການລາວ 033: ໂຄງການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ຊກພ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ
ສະຫງວນລິຂະສິດ © 2020. ກະຊວງແຜນການ ແລະ ການລົງທຶນ
ຖະໜົນ ສຸພານຸວົງ, ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 217020, ແຟັກ: 021 217010
ອີເມວ: info@mpi.gov.la or info.mpi2020@gmail.com