ໃນຕອນເຊົ້າວັນທີ 20 ມັງກອນ 2021, ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າວາງພວງມາລາ ຢູ່ຕໍ່ໜ້າສຸສານນັກຮົບປະຕິວັດແຫ່ງຊາດ (ຫຼັກ 24) ແລະ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ.
ຈຸດປະສົງຕົ້ນຕໍແມ່ນເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ເພື່ອສ້າງຂະບວນການ ຊົມເຊີຍວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ, ຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກຄົບຮອບ 66 ປີ ພ້ອມທັງເປັນການສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີຂອງບັນດາສະຫາຍ ອາດີດການນຳ, ພະນັກງານ ແລະ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຈາກນັ້ນ, ຄະນະດັ່ງກ່າວ ກໍໄດ້ຢ້ຽມຊົມ ພິພິທະພັນ ໄກສອນ ພົມວິຫານ ເພື່ອຮ່ຳຮຽນກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງເພິ່ນ, ລວມທັງວຽກງານອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອມໍລະດົກວັດທະນະທຳອັນດີງາມຂອງຊາດ.
Powered by Froala Editor
On the 12th June 2020, Mdm. Khamchan VONGSENEBOUN, Vice-Minister overseeing the Special Economic Zones of the Ministry Planning and Investment participated in the Signing Ceremony of Memorandum of Cooperation between the S...
The Ministry of Planning and Investment held the Progress Update Meeting on the Implementation of Doing Business Reform in the Lao PDR on the 30th January 2020 in accordance with the Prime-Minister’s Order nr. 02/PM to facilitate the process o...
The National Information Platforms for Nutrition (NiPN) Annual Dissemination Meeting 2019 was held on the 09th December 2019 in Vientiane Capital under the chairmanship of Dr. Kikeo CHANTHABOURY, Vice-Minister of Planning and Investment...
Between the 13th and 16th July 2020, Mr. Khampheui KEOKINNALY, Vice-President of the Lao-Vietnam Cooperation Committee and his delegation undertook an official working visit to Xiengkhouang and Huaphan provinces to insect and m...
Supported by: Project LAO/033: Strengthening the Effectiveness of ODA Management in LAO PDR.
Copyright © 2020. Ministry of Planning and Investment
Souphanouvong Rod, Sithanneua Village, Sikhottabong District, Vientiane Capital, Lao PDR
Tel: 021 217020, Fax: 021 217010
E-mail: info@mpi.gov.la or info.mpi2020@gmail.com