ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດລາວ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ2020 ໄດ້ຈັດ ກອງປະຊຸມຂື້ນ ໃນວັນທີ 20 ເມສາ 2020 ທີ່ ກະຊວງ ແຜນການ ແລະການລົງທືນ, ໂດຍ ການເປັນ ປະທານ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທືນ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານໃນຄະນະສະເພາະກິດດັ່ງກ່າວ, ບັນດາທ່ານຄະນະນໍາຈາກກະຊວງກ່ຽວຂ້ອງ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ,ອົງການຈັດຕັ້ງມະຫາຊົນ ແລະພາກທຸລະກິດ ເຂົ້າຮ່ວມ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ 10 ນະໂນບາຍ ແລະ 9 ມາດຕະການ ທາງດ້ານເສດຖະກິດ ທີລັດຖະບານໄດ້ແຈ້ງອອກເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງ ສປປລາວ.
ນອກຈາກນັ້ນກໍ່ໄດ້ຄົ້ນຄວ້າຕໍ່ຂໍ້ສະເໜີຂອງພາກທຸລະກິດເພື່ອແກ້ໄຂຜົນກະທົບຂອງມາດຕະການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19 ຕໍ່ພາກທຸລະກິດພາຍໃນປະເທດ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ ແລະການຊ່ວຍເຫຼືອ ຕໍ່ພາກປະຊາຊົນ ແລະສັງຄົມ. ຄົ້ນຄວ້າບັນດາ ນະໂຍບາຍ ແລະມາດຕະການເພື່ມເຕີມທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າລະຫວ່າງຜົນຂອງກອງປະຊຸມອັນສຳຄັນໃນຄັ້ງນີ້ໄດ້ນຳສະເໜີລາຍງານຕໍ່ກອງປະຊຸມລັດຖະບານປະຈໍາເດືອນ ເມສາ 2020 ທີ່ຈັດຂຶ້ນໃນວັນທີ 23 ເມສາ 2020 ຜ່ານມາເຊິ່ງເປັນການປະກອບສ່ວນສຳຄັນໃຫ້ແກ່ການຊຸກຍູ້ວຽກງານການແກ້ໄຂສະພາບຄວາມຫຍຸ້ງຍາກ, ຫຼຸດຜ່ອນຜົນກະທົບການລະບາດພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດລາວໃນຕໍ່ໜ້າ.
ບໍລິສັດຄູນມີໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ (KMX) ປະເທດລາວ ແລະ ບໍລິສັດລົງທຶນພະລັງງານເອໂວລູຊັ່ນ (EPIC) ປະເທດສິງກະໂປ ສົນໃຈລົງທຶນສ້າງໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນ ທີ່ສາມາດຜະລິດໄຟຟ້າໄດ້ຂະໜາດ 1.000 ເມກາວັດ ຢູ່ເມືອງດາກຈຶງແຂວງເຊກອງ ເພື່ອສົ່ງອອກໄປປະເທ...
ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນຕອນເຊົ້າວັນທີ 21 ກຸມພາ ປີ 2020, ການເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ ແມ່ນມີຄວາມສຳຄັນ ເພາະເປັນການພັດທະນາທີ່ນຳໃຊ້ຊັບ ພະຍາກອນທຳມະຊາດ ທີ່ຈຳກັດໃຫ້ມີປະສິດທິຜົນສູງສຸດ.<...
ໃນລະຫວ່າງວັນທີ 5-6 ມິຖຸນາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ເດີນທາງໄປຍ້ຽມຍາມ ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ ເພື່ອຊຸກຍູ້ ແລະຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ ດັ່ງກ່າວ. ເຊິ່ງທຳອິດໄດ້...
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ຕໍ່ກັບ ພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ການກວດສຸຂະພາບປະຈຳປີໃຫ້ແກ່ແຮງງານຢູ່ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ລະຫວ່າງ...
ສະໝັບໜຸນໂດຍ ໂຄງການລາວ 033: ໂຄງການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ຊກພ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ
ສະຫງວນລິຂະສິດ © 2020. ກະຊວງແຜນການ ແລະ ການລົງທຶນ
ຖະໜົນ ສຸພານຸວົງ, ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 217020, ແຟັກ: 021 217010
ອີເມວ: info@mpi.gov.la or info.mpi2020@gmail.com